ໃຫ້ຊຸມຊົນເປັນເຈົ້າການຢຸດຕິເຊື້ອເຮສໄອວີ/ພະຍາດເອດ

APLPlusLaos ຫຼື ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດ ເປັນໜຶ່ງໃນອົງການຈັດຕັ້ງສັງຄົມລາວ ກໍ່ຕັ້ງຂຶ້ນເພື່ອຊ່ວຍເຫຼືອຜູ້ມີຄວາມສ່ຽງ ຜູ້ຕິດເຊື້ອ ແລະ ຜູ້ດ້ອຍໂອກາດໄດ້ເຂົ້າເຖິງບໍລິການສາທາລະນະສຸກ ສະຫວັດດີການທາງສັງຄົມ ໂດຍການປະຕິບັດກິດຈະກຳສົ່ງເສີມຄຸນນະພາບຊີວິດ ແລະ ຄວາມເທົ່າທຽມ.
0+
ຕິດເຊື້ອເຮສໄອວີສະສົມ
0
ປ່ວຍເປັນພະຍາດເອດ
0
ເສຍຊີວິດຈາກພະຍາດເອດ
ຂໍ້ມູນຈາກສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ກະຊວງສາທາລະນະສຸກ

ບໍລິການ

ພວກເຮົາປະຕິບັດກິດຈະກຳ ຊ່ວຍເຫຼືອ ໂຄສະນາ ໃຫ້ຄຳປຶກສາ ແບ່ງປັນເຄື່ອງມື ແລະ ສື່ປະເພດຕ່າງໆ

ກ່ຽວກັບພວກເຮົາ

ສຄອ ຫຼື APL+ ສະມາຄົມເຄືອຂ່າຍເພື່ອຜູ້ມີຄວາມສ່ຽງ ແລະ ຜູ້ທີ່ຢູ່ຮ່ວມກັບເຊື້ອເຮສໄອວີ ໄດ້ຮັບບໍລິການສາທາລະນະສຸກ ມີສຸຂະພາບດີ ຫຼຸດຜ່ອນການຈຳແນກລັງກຽດໃນສັງຄົມ

HANSA

HIV/AIDS

C19RM

ProCSpiNut

ພວກເຮົາເຮັດຫຍັງແດ່?

ຕະຫຼອດໄລຍະທີ່ຜ່ານມາເຖິງປັດຈຸບພວກເຮົາໄດ້ປະຕິບັດກິດຈະກຳຫຼາຍໂຄງການຮ່ວມກັບອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງສັງຄົມລາວ ປະກອບສ່ວນເຂົ້າໃນແຜນງານແຫ່ງຊາດຕ້ານເອດ ແລະ ຜັນຂະຫຍາຍ 13 ເປົ້າໝາຍການພັດທະນາແບບຢືນຍົງຂອງອົງການສະຫະປະຊາດໃນຫຼາຍດ້ານ ເຊັ່ນ ວຽກງານຫຼຸດຜ່ອນຄວາມທຸກຍາກ,ວຽກງານສົ່ງເສີມໂພຊະນາການ ແລະ ສຸຂະອະນາໄມ. ວຽກງານສົ່ງເສີມຊຸມຊົນແບບມີສ່ວນຮ່ວມເພື່ອນການສຶກສາທີ່ມີຄຸນນະພາບ …..

ວຽກງານຕ້ານເອດ ແລະ ການສົ່ງເສີມຄຸນນະພາບຊີວິດຜູ້ມີຄວາມສ່ຽງ ແລະ ຜູ້ຕິດເຊື້ອເຮສໄອວີ

ພະຍາດເອດຍັງຄົງເປັນປັນຫາສາທາລະນະສຸກທີ່ຮ້າຍແຮງຫຼາຍຕໍ່ຫຼາຍຄົນທີ່ໄດ້ຮັບເຊື້ອເຊິ່ງເປັນເຫດການທີ່ບໍ່ມີໃຜຢາກເປັນ ໂດຍສະເພາະ ສະມາຊິກທີ່ທຸກຍາກອະນາຖາ .

ໂພສຫຼ້າສຸດ

ວີດີໂອຫຼ້າສຸດ

ວີດີໂອທັງໝົດ

ລະຄອນສັ້ນ ເລື່ອງ ຊີວິດບວກ

ເປັນເລືອງລາວ ທີສ້າງຂື້ນເພື່ອ ຄວາມບັນເທິງ ແລະ ອຸທະຫອນສອນໃຈ ຈາກຜົນກະທົບຂອງດີນຟ້າອາກາດ #climatechange #Lovestory #Lovemovie #shortmovie #Laolovemovie #ຊີວິດບວກ #ຊິວິດບວກ #LaoFilm #lifestory #truestory #หน้งลาว #storytelling #tellingstory #Livestory #herstory #shortfilm

ການໃຫ້ບໍລິການດ້ານສຸຂະພາບຜ່ານໂທລະສັບໃນລະຍະການລະບາດຂອງພະຍາດໂຄວິດ19

Telehealth service for PLHIV peer educators and health care providers , the training mainly focusing on provided Covid information and transfer the knowledge #COVID #COVID19 #Telehealthservice #peereducactor #Training #HIV/AIDS #covidresponse #Covidresponse #ໂຄສະນາຜ່ານສື #ບໍລິການຜານສື #COVID19 #APLus #APLPlus #ສຸຂະພາບ #ພະຍາດເອດ #ພຕພ #ພະຍາດຕິດຕໍທາງເພດ

ວັນສາກົນຕ້ານເອດ – World AIDS Day 2018

ວັນສາກົນຕ້ານເອດ World AIDS Day 2018

ຄຳຖາມທີ່ພວກເຮົາໄດ້ຮັບເລື່ອຍໆ

ຫາຄຳຕອບໄດ້ຈາກຄຳຖາມ ທີ່ທ່ານອາ່ດຈະສົງໃສຄືກັນໄດ້ລຸ່ມນີ້

APL+ ຫຼື ສຄອ ຂຽນເຕັມວ່າ ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດ ພາສາອັງກິດ Association of People Living with HIV/AIDS ເປັນໜຶ່ງໃນບັນດາອົງການຈັດຕັ້ງສັງຄົມລາວ ເຄື່ອນໄຫວຽກງານໂຄສະນາ ແລະ ສົ່ງເສີ່ມຄວາມຮູ້ ກ່ຽວກັບສຸຂະພາບທາງເພດ ເຊັ່ນ ເຮສໄອວີ/ເອດ,ຊີຟິລິດ ໜອງໄນ ຫອນໄກ…. ແລະ ວິທີການປ້ອງກັນພະຍາດຕິດຕໍ່ທາງເພດສຳພັນເຫຼົ່ານັ້ນ ພ້ອມທັງປະຕິບັດກິດຈະກຳຂອງໂຄງການຕ່າງໆ ເພື່ອສົ່ງເສີມຜູ້ມີຄວາມສ່ຽງ ຜູ້ຕິດເຊື້ອ ຜູ້ດ້ອຍໂອກາດ ໄດ້ເຂົ້າເຖິງບໍລິການສາທາລະນະສຸກ ສະຫວັດດີການສັງຄົມຢ່າງເທົ່າທຽມ ປາດສະຈາກການເລືອກປະຕິບັດ .

ຫ້ອງການປະສານງານຫຼັກຂອງພວກເຮົາຕັ້ງຢູ່ ຖະນົນ 450 ປີ ຮ່ອມ 26 ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ປັດຈຸບັນປະຕິບັດກິດຈະກຳຢູ່ຫຼາຍໂຄງການ ເຊັ່ນ
  • ໂຄງການສົ່ງເສີມການເຂົ້າເຖິງບໍລິການສຸຂະພາບ ແລະ ໂພຊະນາການ (HANSA)
  • ໂຄງການຕອບໂຕ້ການລະບາດຂອງພະຍາດໂຄວິດ-19(C19RM)
  • ໂຄງການຮ່ວມມືປັບປຸງວຽກງານສະກັດກັ້ນ ແລະ ດູແລປິ່ນປົວຜູ້ຕິດເຊື້ອເຮສໄອວີ/ພະຍາດເອດ ພະຍາດຕິດຕໍ່ທາງເພດສຳພັນໃນ ສປປ.ລາວ.
  • ໂຄງການຮ່ວມມື ຊ່ວຍເຫຼືອດ້ານມະນຸດສະທຳຂອງຄົນອົດສະຕາລີ ເພື່ອສົ່ງເສີມການເຂົ້າເຖິງວັກຊີນປ້ອງກັນພະຍາດໂຄວິດ-19 ໃນ ສປປ.ລາວ.(AHP)
  • ໂຄງການຮ່ວມມືເພື່ອປັບປຸງວຽກງານໂພຊະນາການຂອງຊຸມຊົນທີ່ມີຄວາມສ່ຽງການຂາດສານອາຫານຕາມແຜນຍຸດທະສາດແຫ່ງຊາດ

ສາມາດເຂົ້າໄປກວດຢູທຸກໂຮງໝໍແຂວງ ໂຮງໝໍເມືອງ ແລະ ໂຮງໝໍທະຫານ ຕຳຫຼວດ ພວກເຮົາຍັງມີອາສາສະໝັກ (Peer) ປະຈຳຢູ່ສູນ ART. POC ຄ່ອຍໃຫ້ຄຳປຶກສາເປັນມິດ ປິດລັບ ເຊື່ອຖືໄດ້.

ມີໄຂ້ສູງ ແລະ ຫນາວສັ່ນ
ໄອຊຳເຮືອ
ກ້າມເນື້ອອ່ອນແຮງ
ປວດເຫມື່ອຍຕາມຮ່າງກາຍ
ປວດຫົວ ຫຼື ວິນຫົວ
ປຸ້ນທ້ອງ ແລະ ປວດຮາກ
ຜິວຫນັງເປັນຜື່ນ ຜິວຫນັງອັກເສບ ຫຼື ມີຮອຍຊ້ຳເປັນຈຸດໆ
ຕ່ອມນ້ຳເຫລືອງບວມ
ນ້ຳຫນັກຫຼຸດ ຖອກທ້ອງຊ້ຳເຮື້ອ
ເຫືອອອກຫຼາຍຜິດປົກກະຕິ ໂດຍະສະເພາະໃນເວລາກາງຄືນ
ເຫຼົ່ານີ້ເປັນບາງອາການຂອງຜູ້ໄດ້ຮັບເຊື້ອເຮສໄອວີໃນໄລຍະທຳອິດ ອາດຈະບໍ່ຄົບຖ້ວນ ແລະ ອາການທີ່ວ່າມານັ້ນອາດຈະເກີດຂຶ້ນກັບຜູ້ທີ່ຕິດເຊື້ອ ຫຼື ບໍ່ຕິດເຊື້ອກໍໄດ້.ເພື່ອໃຫ້ຊັດເຈນແທ້ ຖ້າທ່ານມີຄວາມສ່ຽງມາ ພວກເຮົາຂໍແນະນຳໃຫ້ໄປກວດເລືອດຢູ່ໂຮງໝໍ ຈຶ່ງຈະຮູ້ແທ໊.

ເຄືອຂ່າຍພຽງໜຶ່ງດຽວໃນ ປະເທດລາວເພື່ອຄຸນນະພາບຊີວິດຜູ້ຕິດເຊື້ອ

ພວກເຮົາດຳເນີນກິດຈະກຳເພື່ອສົ່ງເສີມຄຸນນະພາບຊີວິດຂອງສະມາຊິກຜູ້ຕິດເຊື້ອ ແລະ ຜູ້ດ້ອຍໂອກາດ.

Telephone

+856 30 50 11 871

Email

info@aplpluslaos.org

Adress

ຖະນົນ 450 ປີ ຮ່ອມ 26 ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ພັນທະມິດ

ຜູ້ໃຫ້ທຶນ