ຊີວິດອັນສັ້ນຂອງຄົນເຮົານັ້ນມີໂຊກຊະຕາບໍ່ເໝືອນກັນ ເໝືອນກັບວ່າມີສິ່ງສັກສິດປັ້ນແຕ່ງເອົາໄວ້ຢ່າງຄວບຄຸມບໍ່ໄດ້ ແຕ່ມະນຸດທຸກຄົນຕ່າງກໍເປັນສ່ວນໜຶ່ງທີ່ສາມາດສົ່ງເສີມມະນຸດດ້ວຍກັນ ແລະ ອາໃສເຊິ່ງກັນແລະກັນ ເຊັ່ນ ເດັກນ້ອຍໄດ້ອາໃສຜູ້ໃຫຍ່ ຜູ້ສູງອາຍຸໄດ້ອາໃສຄົນໜຸ່ມສາວ ຫຼື ເພາະຄົນບ້ານນອກເຮັດນາຄົນເມືອງຈຶ່ງມີເຂົ້າກິນບໍ່ອຶດ.
ໃນຂະນະທີ່ພວກເຮົາລົງເຄື່ອນໄຫວ ຢ້ຽມຢາມສະມາຊິກຜູ້ຕິດເຊື້ອ ກໍລະນີຢູ່ບ້ານແຫ່ງໜຶ່ງໃນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຊື່ ນາງ ນ້ຳອ້ອຍ (ນາມສົມມຸດ) ອາຍຸ 11 ປີ ອາໃສຢູ່ກັບພໍ່ແມ່ພຽງ 3 ຄົນ ນ້ຳອ້ອຍ ເປັນພຽງລູກສາວຄົນດຽວພາຍໃນບ້ານ ນາງເບິ່ງມີຄວາມສຸກດີ ຍິ້ມແຍ້ມ ຢາກຮູ້ຢາກເຫັນ ເໝືອນເດັກນ້ອຍທົ່ວໄປ ແຕ່ມີສິ່ງທີ່ແຕກຕ່າງພໍຈະສັງກຽດໄດ້ກໍຄື ນາງ ເປັນຂາກ້າມເນື້ອອ່ອນແຮງ ຍ່າງໄປມາໄດ້ບໍ່ຄ່ອຍສະດວກ
ຄວາມຈິງແລ້ວ ນ້ຳອ້ອຍຕິດເຊື້ອເຮສໄອວີຈາກພໍ່ແມ່ຕັ້ງແຕ່ເກີດ ພາຍຫຼັງໄດ້ຮັບການກວດຢ່າງລະອຽດຈາກໂຮງໝໍ ນາງຈຶ່ງເລີ່ມໄດ້ຮັບຢາຕ້ານເຊື້ອຕັ້ງແຕ່ອາຍຸໄດ້ 4 ເດືອນ ຫຼັງຈາກນັ້ນບໍ່ດົນ ຄາດວ່າເປັນອາການຂ້າງຄຽງຈາກການຕິດເຊື້ອເຮສໄອວີຄື ນາງເປັນຂາລີບ ຈົນບໍ່ສາມາດຍ່າງໄດ້ ພໍ່ ແມ່ຂອງນາງເຄີຍນຳໄປຮັກສາທາງກາຍະພາບບຳບັດ ແຕ່ເວລານັ້ນນາງບໍ່ຄ່ອຍໃຫ້ຄວາມຮ່ວມມື ການຮັກສາຈຶ່ງບໍ່ເຫັນຜົນ.
ເມື່ອເປັນແນວນັ້ນ ພໍ່ກັບແມ່ຂອງນາງຈຶ່ງປ່ຽນມາຮັກສາແບບພື້ນບ້ານ ໂດຍການໃຊ້ນ້ຳມັນງານວດ ແລະ ບີບຕາມບໍລິເວນຂາ, ບໍລິເວນສົ້ນນອງ ຈົນນາງຄ່ອຍໆມີອາການດີຂື້ນ ຈາກການເລີ່ມຄານ ຈົນສາມາດຍ່າງໄດ້ເມືອອາຍຸໄດ້ 8-9 ປີ ປັດຈຸບັນ ຍັງຈຳເປັນຕ້ອງບີບນວດເພື່ອໃຫ້ເສັ້ນເອັນນັ້ນອ່ອນ ໃຫ້ນາງສາມາດຍ່າງໄປມາໄດ້ສະດວກຂຶ້ນຕື່ມ.
ມີຕຳນິທາງຮ່າງກາຍ ບໍ່ແມ່ນປັນຫາສຳຫຼັບການສຶກສາ ດີໃຈທີ່ຜູ້ປົກຄອງເອົາໃຈໃສ. ຕອນນີ້ ນ້ຳອ້ອຍກຳລັງຮຽນຢູ່ ຊັ້ນປະຖົມສຶກສາ ປີທີ 2 ທຸກມື້ໄປໂຮງຮຽນແມ່ຕ້ອງໄປຮັບ-ໄປສົ່ງຢູ່ໂຮງຮຽນ ເພາະເປັນຫ່ວງຄວາມປອດໄພ ແລະ ເຝົ້າລະວັງອຸປະຕິເຫດຕ່າງ ແຖມຄວາມສາມາດໃນການຍ່າງຂອງນາງຍັງບໍ່ທັນ ຄ່ອງແຄ້ວ ແຂງແຮງ ນາງຈຶ່ງມັກລື່ນລົ້ມເປັນປະຈຳ.ນອກຈາກນັ້ນ ຜູ້ເປັນແມ່ຍັງໄດ້ບອກກັບພວກເຮົາຕໍ່ໄປວ່າ: ຕອນຍັງນ້ອຍນາງມີໄວລະໂຫຼດ(Vira Load ປະລິມານໄວຣັສ ຫຼື ເຊື້ອເຮສໄອວີໃນຮ່າງກ່າຍ) ຂ້ອນຂ້າງສູງ ມີອາການເປັນປອດອັກເສບ ພ້ອມທັງມີພາວະເມັດເລືອດຂາວຫຼາຍກວ່າເມັດເລືອດແດງ ຈຶ່ງຕ້ອງໄດ້ໄປເຕີມເລືອດຢູ່ໂຮງໝໍ 3 ຄັ້ງ ຕໍ່ເດືອນ.
ຄວາມສາມາດ ແລະ ໂອກາດຂອງຄົນເຮົາມີບໍ່ເໝືອນກັນ ເຮັດໃຫ້ເສດຖະກິດຄອບຄົວຂອງນາງບໍ່ຄ່ອຍຈະດີເທົ່າໃດ ຜູ້ເປັນພໍ່ປະກອບອາຊີບເປັນກໍາມະກອນ ໄດ້ຮັບເງິນຄ່າຈ້າງເປັນລາຍວັນສະເລ່ຍມື້ລະ 120,000 ກີບ ສ່ວນແມ່ເປັນແມ່ເຮືອນ ບໍ່ມີລາຍໄດ້
ຜ່ານການຕິດຕາມ ແລະ ສອບຖາມເຫັນໄດ້ວ່າ ຄອບຄົວທີ່ໄດ້ຮັບຜົນກະທົບຈາກເຊື້ອເຮສໄອວີນີ້ ມີຄວາມເຂົ້າໃຈ ແລະ ສາມາດໃຊ້ຊີວິດປະຈຳວັນຢູ່ຮ່ວມກັບເຊື້ອເຮສໄອວີຢ່າງມີຄວາມສຸກ ເພາະມີກຳລັງໃຈທີ່ດີຈາກຄອບຄົວ ແລະ ສັງຄົມທີ່ໃຫ້ການສະໜັບສະໜູນ.
ຂອບໃຈ ຄອບຄົວທີ່ອົບອຸ່ນ ການຊ່ວຍເຫຼືອຈາກກຸ່ມເດັກຍິງ ແລະ ກິດຈະກຳຂອງໂຄງການລົງເຄື່ອນໄຫວຕິດຕາມ ຢ້ຽມຢາມໃຫ້ກຳລັງໃຈ ແລະ ໃຫ້ວັດຖຸເຄື່ອງຂອງຢ່າງສະໝ່ຳສະເໝີ ຂອງມູນນິທິດູແລປິ່ນປົວພະຍາດເອດ (AHF LAOS) ທີມງານ ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດ (APL+) ແລະ ອາສາສະໝັກປະຈໍາໂຮງໝໍໃນນະຄອນຫຼວງວຽງຈັນ.
ຊ່ວຍເຮັດໃຫ້ຊີວິດຜູ້ໄດ້ຮັບຜົນກະທົບ ຜູ້ຕິດເຊື້ອເຮສໄອວີດ້ອຍໂອກາດມີລົມຫາຍໃຈສູ້ຕໍ່ ສາມາດພັດທະນາໄປໃນທາງທີ່ດີຂື້ນ ພ້ອມທັງສານຕໍ່ຄວາມມຸ່ງໝັ້ນໃນການຮຽນໜັງສື ໃຫ້ເຂົາມີວິຊາຊີບ ແລະ ສັງຄົມທີ່ເຂົາປາດຖະນາ ໃຫ້ເປັນຄວາມພາກພູມໃຈຂອງ ພໍ່ ແມ່ ແລະ ເປັນສ່ວນໜຶ່ງພັດນະທະນາສັງຄົມລາວໃຫ້ໄດ້.