ບ່າວໃຫຍ່ຫນ້າຕາດີ ເລົ່າປະສົບການຈິງທີ່ຢູ່ຮ່ວມກັບເຊື້ອເຮສໄອວີມາກວ່າ 30 ປີ

ອຳນາດ ລາບຍົດ ຄວາມຫລົງ ຄວາມຮັກ ຄວາມແຄ້ນ ຢູ່ກັບຜູ້ຊາຍຄົນນີ້ໝົດ ຢາກຈະບອກວ່າເປັນການບອກເລົ່າຊີວິດຫຼາຍລົດຊາດ ບໍ່ຮູ້ຈະສົງສານ ຫຼື ສົມນ້ຳຫນ້າດີ  ຊີວິດຄັ້ງໜຶ່ງຂອງເຂົາຜ່ານມາທັງຄວາມຮຸ່ງເຮືອງ ແລະ ລ່ວງໂລຍ ກັບບົດຮຽນລາຄາແພງທີ່ຢາກຝາກກັບທຸກຄົນ.

ຂ້ອຍອາຍຸ 50 ປີແລ້ວ ທຳອິດເລີຍ ຕອນນັ້ຮູ້ສຶກມີອາການ ແປກໆ ປະມານປີ ຄສ 1997 ຮອດປະຈຸບັນກະ 30 ປີໄດ້.

ຕອນທີ່ຮູ້ສຶກມີອາການ ແມ່ນເຮັດວຽກຢູ່ປະເທດເພື່ອນບ້ານ ຄຳວ່າຮູ້ສຶກໃນທີ່ນີ້ບໍ່ແມ່ນຮູ້ສຶກວ່າເປັນເອດ ແຕ່ຮູ້ສຶກວ່າບໍ່ສະບາຍ ແລະ ມີຄວາມແຕກຕ່າງຫຼາຍໆຢ່າງໃນຮ່າງກາຍ (ຄິດວ່າ ຄົງຈະຕິດເຊື້ອມາ 3 ປີແລ້ວຈຶ່ງຄ່ອຍມີອາການນີ້)  ຕອນນັ້ນ ຄຳວ່າ ເອດ ຍັງບໍ່ມີໃຜຮູ້ຫຼາຍ ໃນຊຸມຊົນທີ່ຂ້ອຍຢູ່ ຄວາມຮັບຮູ້ຍັງແຄບ ການຮຽນຮູ້ໂລກພາຍນອກຍັງບໍ່ກວ້າງ ໂດຍສະເພາະ ຄຳວ່າ ອິນເຕີເນັດ  ໄວລຸ້ນຕອນນັ້ນແມ່ນບໍ່ຮູ້ຫຍັງ ຫຼິ້ນກິນຢ່າງດຽວ ມ່ວນຢ່າງດຽວ ເຂົ້າເລື່ອງເລີຍເນາະ ເວົ້າໄປນອກເລື່ອງຫຼາຍແລ້ວ.

ຕອນຍັງເປັນບ່າວນ້ອຍ 17-18 ປີ ຂ້ອຍເປັນຄົນໜ້າຕາດີ ແລະ ມີສະເນ່ ພໍສົມຄວນ ຮ່າຮ່າ … ຕອນນັ້ນ ໄປສະໝັກເຂົ້າເຮັດວຽກເປັນເດັກເສີບ ໃນຮ້ານອາຫານ ປະມານປີ 1989 ຄັນຈຳບໍ່ຜິດ. ຕອນນັ້ນກຳລັງດູດີ ມີສາວມານັ່ງກິນເຂົ້າໃນຮ້ານ ໃຫ້ທິບຫຼາຍ ແລະຊວນໄປທ່ຽວຫຼິ້ນກາງຄືນ ກິນເຫຼົ້າ ເມົາ  ແລະ ພວກເຮົາກໍໄດ້ເປັນແຟນກັນ.

ຕໍ່ມາເຂົາໃຫ້ຍ້າຍໄປເຮັດວຽກເປັນເດັກເສີບ ຢູ່ອີກບ່ອນ ເປັນຮ້ານເຫຼົ້າມີສາວນັ່ງດື່ມ ແລະ ສາມາດ ຊື້ໂຕໄປນອນນຳໄດ້ ເຮັດຢູ່ນັ້ນໄດ້ ປະມານສາມເດືອນ ໂອ ! ມັນສຸຍອດຫຼາຍ ຊີວິດ ຫຼູຫຼາແຮງ ມີເງີນ ມີສາວອ້ອມຂ້າງອ້ອມແອວ ພໍເຂົ້າເດືອນທີ່ 4 ໄດ້ເລື່ອນຂັ້ນ ເປັນຫົວໜ້າວຽກເດັກເສີບ ຕອນນັ້ນບາງມື້ຫາເງີນໄດ້ 10,000-20,000ບາດ  ເງີນເຂົ້າຫຼາຍທາງພໍຄວນ ຕອນນັ້ນເງິນກໍຖືວ່າບໍ່ນ້ອຍ ໃນເມື່ອເດັກນ້ອຍມີເງີນ ບໍ່ມີປະສົບການໃນການບໍລິຫານ ຂາດການແນະນຳ ລວມທັງມີຕຳແໜ່ງ ມັນເຮັດໃຫ້ຄົນເຮົາຫຼົງຕົນເອງ ຫຼົງໃນລາບຍົດ ຕິດຫຼິ້ນ ກິນຟຸ້ມເຟືອຍ.

ຕໍ່ມາອີກ 2 ເດືອນໄດ້ເລື່ອນຕຳແໜ່ງ ເປັນຄົນຄຸມ ເດັກທັງໝົດໃນຮ້ານ ປ່ະໂທ..! ບາດນີ້ແຮງໜ້າໃຫຍ່ ຜູ້ແສ້ຜູ້ສາວ ສິ່ງເສບຕິດຄົບທຸກວົງຈອນເລີຍ ລວມທັງການພະນັ້ນທຸກຢ່າງ ນອນກັບສາວບໍ່ຊ້ຳໜ້າ ຄືນລະຄົນສອງຄົນ ອັນນີ້ຄວາມຈິງ ເປັນແບບນັ້ນຢູປະມານ 7-8 ປີ.

ຫຼັງຈາກນັ້ນ ມີຄວາມຮູ້ສືກວ່າສຸຂະພາບຮ່າງກາຍມີການປ່ຽນແປງ ນອນບໍ່ຄ່ອຍຫຼັບ ເຫື່ອມັກອອກຕອນກາງຄືນ ເວລາປະມານ 10-12 ໂມງ ມັກເຈັບທ້ອງຖ່າຍທຸກຄັ້ງທີ່ກິນເປັບຊີ້ ບາງຄັ້ງມີຝື່ນແດງຄັນໆຂື້ນເກືອບທັງໂຕ ເປັນວັນສອງວັນ ກະເຊົາໄປເອງ ຕໍ່ມາໄດ້ເກີດມີຕຸ່ມໃຫຍ່ ໃສໆ ໃນຮິມສົບ ນານເຊົາກະເລີຍໄປຄຣິນິກ ໝໍໃຫ້ກວດເລືອດ ແລະ ໝໍກໍນັດມາຟັງຜົນກວດໃນ 2 ວັນ,

ວັນຕໍ່ມາ ໄປຮັບຟັງຜົນກວດ ໝໍໄດ້ສອບຖາມທີ່ມາທີ່ໄປ ລວມທັງໜ້າທີ່ການງານວ່າເຮັດວຽກຫຍັງ?  ວ່ະ..ຄືຖາມແບບນີ້ນໍ້.. ຄິດໃນໃຈ ກະເລີ່ມສົງໃສວ່າ ເພີ່ນຄືຖາມເຮົາແບບນີ້ ຫຼັງຈາກທີ່ ໝໍຊັກຖາມຊີວິດປະຈຳວັນ ແລະ ໝໍໄດ້ຖາມຍ້ຳອີກວ່າ ເຈົ້າພ້ອມທີ່ຈະຮັບຟັງຜົນກວດເລືອດຂອງເຈົ້າແລ້ວບໍ່ ເຈົ້າຈະຮັບໄດ້ບໍ່ຖ້າເກີດພະຍາດຫຍັງຂື້ນຈາກຜົນກວດເລືອດຂອງເຈົ້າ.

ຂ້ອຍບໍ່ຖ້າດົນ ບອກໝໍໄປວ່າ ວ່າມາເລີຍໝໍ ສຳບາຍຢູ່ແລ້ວ ໝໍບອກວ່າຜົນກວດເລືອດຂອງເຈົ້າ ເປັນເລືອດບວກ.. ຂ້ອຍຍິ້ມ ແລ້ວຖາມທ່ານໝໍຄືນວ່າ ອ້າວ ! ໝາຍຄວາມວ່າແນວໃດ ເລືອດເປັນບວກ ຂ້ອຍຍັງຫົວໃນໃຈຢູ່ ໝໍບອກວ່າ ເລືອດບວກໝາຍຄວາມວ່າເຈົ້າຕິດເຊື້ອເຮສໄອວີ ແມ່ນຫຍັງລະເຊື້ອເຮສໄອວີນິ ຍັງຍິ້ມຢູ່.

ໝໍອະທິບາຍທຸກຢ່າງແລະ ເອົາຮູບໃຫ້ເບີ່ງ ຕອນນີ້ລະ…. ໂອພະເຈົ້າຈອ໊ດ ອຶ້ງໄປຊົວໄລຍະ ຄວາມຮູ້ສືກຕອນນັ້ນມັນເໝືອນກັບເຮົາບໍ່ມີຕົວຕົນ ເໝືອນລອຍຢູ່ໃນອາກາດເປັນໄປໄດ້ແນວໃດ ມັນແມ່ນຄວາມຈິງຫຼືຄວາມຝັນ ສະຫງັກຢູ່ພັກຫນຶ່ງ ເພາະຕອນນັ້ນຫູອື້ບໍໄດ້ຍິນຫຍັງເລີຍ ປະມານ ສອງນາທີໄດ້ ຈຶ່ງໄດ້ໃຫ້ທ່ານໝໍ ເພີ່ນເລົ່າຕໍ່ ໜໍບອກບໍ່ມີຢາຮັກສາ ຫຼັງຈາກລົມກັນຈົບ ໝໍໄດ້ໃຫ້ຢາບັກຕຣີມ ມາກິນ ຫຼາຍເລີຍແລະ.

ຫຼັງຈາກນັ້ນ ແນວຄວາມຄິດປ່ຽນ ຈາກຄົນທີ່ເຄີຍມີເມດຕາ ແລະ ມັກຊ່ວຍເຫຼືອຄົນອື່ນ ແລະ ໝູ່ເພື່ອນ ກາຍເປັນຄົນມີແນວຄິດຄຽດແຄ້ນຄົນອື່ນ. ຄົນໃນໂລກນີ້ມີຕັ້ງຫຼາຍ ເປັນຫຍັງຕ້ອງແມ່ນເຮົາ ທັງໆທີ່ເຮົາກໍເຮັດດີ ກັບຄົນອື່ນມາຕັ້ງຫຼາຍ ເລີຍມີແນວຄິດຢາກແກ້ແຄ້ນ ຕໍ່ກັບຄົນອື່ນທີ່ເອົາເຊື້ອມາໃຫ້ເຮົາ..ແລະ ກໍໄດ້ກະທຳກັບຜູ້ອື່ນ ຄົງຈະມີຄົນຕິດກັບເຮົາຫຼາຍຄົນຄືກັນ.

ຕົ້ນປີ 2000 ເກີດປ່ວຍ ແລະ ມີອາການສະແດງອອກຫຼາຍຢ່າງ ຈຶ່ງໄດ້ກັບມາບ້ານ ຕອນນັ້ນ ປ່ວຍເປັນວັນນະໂລກນອກປອດບໍ່ໄດ້ປິ່ນປົວເລີຍ ຕອນນັ້ນຄິດຢ່າງດຽວຢາກຕາຍ ແລະ ໄດ້ຊື້ຢາ ປາລາ 1ກັບນ້ອຍ ມາກິນ ກໍປະມານ 20-30 ເມັດນີ້ລະ ກິນຕອນແລງກ່ອນນອນຄິດວ່າຈະໃຫ້ມັນຫຼັບໄປເລີຍ ແຕ່ມັນຊ້ຳພັດບໍຫຼັບເລີຍ ຂ້ອນແຈ້ງ ປະມານ ບາຍ 3 ໂມງເຊົ້າ ຕື່ນຂື້ນມາ ເກີດມີອາການປວດທ້ອງຮາກຢ່າງຮຸນແຮງ ຮາກແບບນັ້ນຢູ່ 3 ວັນເຕັມໆ ກິນໄດ້ ແຕ່ນ້ຳອັດລົມ ຢ່າງອື່ນ ກິນບໍ່ໄດ້ເລີຍ ພໍ່ແມ່ ເອື້ອຍນ້ອງ ຈະພາໄປໂຮງໝໍ ກະບໍ່ໄປ ຢ້ານເພີ່ນຮູ້ວ່າເປັນເອດ ໄດ້ຕົວະເພີ່ນວ່າ ສົງໃສຖືກຄົນເຮັດຂອງໃສ ເພາະໄດ້ຜິດຖຽງກັນໃນງານບຸນ ເພີ່ນກະໄປຫາໝໍຜີມາເປົາມາຄາບ ໄດ້ປະມານ 1 ອາທິດອາການກໍດີຂື້ນ  ລະກະບໍ່ໄດ້ປິ່ນປົວ ອີກເລີຍເພາະວ່າຍັງບໍ່ຮູ້ວ່າມີໂຄງການເທື່ອ.

ຕໍ່ມາເກືອບທ້າຍປີ 2002 ປ່ວຍແຮງທາງຄອບຄົວ ໄດ້ນຳພາມາໂຮງໝໍ ແຂວງ ໄດ້ພົບກັບທ່ານ ດຣ.  ຄຳຜາງ ເພີ່ນໄດ້ຊັກຊວນ ແລະ ໂອ້ລົມ ເພື່ອໃຫ້ເຮົາເຂົ້າຮັບການປິ່ນປົວ ຈົນໄປບໍ່ໄດ້ແລ້ວຈຶ່ງຍອມປິ່ນປົວ, ໂອຖ້າບໍ່ມີ ດຣ. ຄຳຜາງ ຂ້ອຍຕາຍໄປແລ້ວ ແນ່ນອນ.

ຂ້ອຍຍັງຄິດເສຍໃຈທີ່ຂ້ອຍບໍ່ຍອມຮັບ ຕົນເອງ ແລະບໍ່ຍອມຮັບການປິ່ນປົວ ເພາະຂ້ອຍຄິດວ່າປົວກະບໍ່ເຊົາດອກ ເປັນພະຍາດນີ້ມີແຕ່ຕາຍຢ່າງດຽວ ກະເລີຍບໍ່ສົນໃຈການປິ່ນປົວ ຜົນສຸດທ້າຍເຮັດໃຫ້ເກີດຜົນເສຍ ແລະ ຜົນກະທົບຫຼາຍຢ່າງໃນການດຳລົງຊີວິດຂອງຂ້ອຍຕະຫຼອດໄປ ໄລ່ລວມແລ້ວ ເກືອບ 10 ກວ່າປີ ທີ່ບໍ່ສາມາດເຮັດວຽກ ແລະ ຫາເງີນໄດ້ຢ່າງຕໍ່ເນື່ອງ ຍ້ອນການເຈັບປ່ວຍ ເປັນໆ ຫາຍໆ.ເວລາທີ່ເສຍໄປນັ້ນ ມັນບໍ່ສາມາດເອົາກັບຄືນມາໄດ້ອີກແລ້ວ.

ບາງຄົນອາດຈະຍັງບໍ່ຮູ້ວ່າຂ້ອຍເສຍຫຍັງໄປ.ສິ່ງທີ່ເສຍໄປກໍຄື ເວລາ ແທນທີ່ຈະໄດ້ປິ່ນປົວສຸຂະພາບດີແລ້ວມີກຳລັງເຮັດວຽກຫາເງີນຫາຄຳ ໄວ້ມາຈຸນເຈືອຊີວິດ ແລະ ຄອບຄົວ ລວມທັງຄວາມຫວັງຕ່າງໆທີ່ຄາດຫວັງໄວ້ ມັນເຮັດໃຫ້ທຸກຢ່າງຈົບມະລາຍຫາຍຊິ້ນໄປກັບການບໍ່ຍອມຮັບຕົນເອງ ຖ້າຍອມຮັບການປິ່ນປົວ ຟັງຄວາມ ທ່ານ ໝໍ ຕັ້ງແຕ່ຕົ້ນ ຂ້ອຍກະຄືຊິມີໜ້າທີ່ການງານດີເຮັດ ຄົງຈະບໍ່ທຸກຍາກຄືແນວນີ້ ແມ່ນບໍ່ເຈົ້າວ່າ ?

ຢາກຝາກກັບຄົນທີ່ຕິດເຊື້້ອໃຫມ່ວ່າ ຄວາມຄຽດແຄ້ນ ມີແຕ່ສ້າງຄວາມເສຍຫາຍກັບຕົນເອງ ແລະ ຜູ້ອື່ນ ເພາະບໍ່ມີໃຜຢາກໃຫ້ມັນເກີດຂຶ້ນກັບຕົນ. ສິ່ງທີ່ມັນເກີດກັບຕົວເອງແລ້ວ ຄືຕ້ອງແກ້ທີ່ຕົວເອງບໍ່ແມ່ນຄົນອື່ນ.

ສຳຫຼັບຄົນທີ່ມີຄວາມສ່ຽງ ຫຼື ຄົນທີ່ມີອາການສົງໃສ ລວມທັງຄົນທີ່ກິນຢາແລ້ວ ແຕ່ຂາດການຕິດຕາມ ບໍ່ເຮັດຕາມລະບຽບຂອງການປິ່ນປົວ ຢາກໃຫ້ເລິກສະນິໃສແບບນັ້ນ ສຸຂະພາບເຮົາຕ້ອງດີ ອຸດົມສົມບູນຕະຫຼອດ ເປັນຫຍັງລ່ະ ເພາະສຸຂະພາບ ຄືງານ ງານຄືເງິນ ການມີວຽກເຮັດງານທຳມັນໄດ້ເງິນ ເງິນນັ້ນມັນເຮັດໃຫ້ມີສຸຂະພາບທີ່ແຂງແຮງໄດ້  ປ່ວຍໄຂ້ກໍໃຊ້ເງີນໄປຫາໝໍ ໃຊ້ເງີນຊື້ຢາ. ຖ້າບໍ່ມີເງີນ ຈົບເຮ ຕາຍແລະເນາະ. ມີເງີນໝູ່ກະມີ ສາວກະມີ ເມຍກະມີ ຖ້າເຮົາສຸຂະພາບແຂງແຮງເຖີງເຮົາສິຕິດເຊື້ອ ກະບໍ່ມີໃຜຮູ້ເພາະມັນຢູ່ທາງໃນ ບໍ່ໄດ້ສະແດງອອກ ເຮົາກໍສະບາຍລະບໍບາດນິ ໂອເຄເດີ ເຈົ້າຫັ້ນ ໄປກວດເລືອດສະ ຖ້າມີຄວາມສ່ຽງມາ.

Tags: ກໍລະນີສຶກສາ, ກຳລັງໃຈ, ຜູ້ຕິດເຊື້ອ, ຢາຕ້ານເຊື້ອເອດ, ເຮສໄອວີ/ອດ

ໂພສທີ່ກ່ຽວຂ້ອງ

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

Fill out this field
Fill out this field
ກະລຸນນາພິມອີເມວໃຫ້ຖືກຕ້ອງ
You need to agree with the terms to proceed