ໂຄງການອົບຮົມວິຊາຊີບການປູກເຫັດ ຫຼືການເຮັດຟາມເຫດເພື່ອສົ່ງເສີມກຸ່ມເປົ້າໝາຍສະເພາະ

ໂຄງການອົບຮົມວິຊາຊີບການປູກເຫັດ ແມ່ນແນ່ໃສ ສົ່ງເສີມການເຮັດທຸລະກິດຄອບຄົວຕົວແບບເພື່ອກຸ່ມຜູ້ໄດ້ຮັບຜົນກະທົບ ແລະ ດ້ອຍໂອກາດ ເພື່ອສະໜັບສະໜູນ ແລະ ສະຫນອງແຫຼ່ງລາຍຮັບທີ່ຍືນຍົງ, ປັບປຸງໂພຊະນາການ, ແລະສົ່ງເສີມສະພາບແວດລ້ອມສໍາລັບກຸ່ມເປົ້າໝາຍ ໂດຍະສເພາະຜູ້ທີ່ຢູ່ຮ່ວມກັບເຊື້ອເຮສໄອວີ ໃຫ້ພວກເຂົາມີຄວາມເຂັ້ມແຂງ ສາມາດກຸ້ມຕົນເອງ ແລະປະສົບຜົນສໍາເລັດໄດ້ໂດຍບໍ່ມີການຈໍາແນກ ແລະ ລັງກຽດຈາກສັງຄົມ.

ທ່ານ ທັດ ວິໄລສັກ ຫົວຫນ້າສົ່ງເສີມວິຊາຊີບ ກ່າວວ່າ ສຳຫຼັບໃຜທີ່ຄິດຢາກຈະປູກເຫັດ ແມ່ນບໍ່ຍາກເນາະ ມີແຕ່ສຶກສາຂໍ້ຂໍ້ມູນ ປະເພດເຫັດດທີ່ເຮົາຈະປູກ ແມ່ນປະເພດໃດ ສົມມຸດເຮົາຈະປູກເຮັດນາງຟ້າກໍສຶກສາຂໍ້ມູນກ່ຽວກັບເຫັດນາງຟ້າ ແລະ ຄຳນຶງເຖິງສະພາບອາກາດ ແລະ ອຸນຫະພູມທີ່ເຫມາະສົມ.

ກິດຈະກຳຂອງໂຄງການລິເລີ່ມຈາກການກໍ່ສ້າງເຮືອນເຫັດ ແລະ ນຳເຊື້ອເຫັດມາວາງເທິງຖານທີ່ທີມງານໄດ້ກະກຽມໄວ້. ລໍຖ້າ ປະມານ 2 ອາທິດ ກໍສາມາດເກັບກ່ຽວຜົນໄດ້ເລີຍ.

Tags: HIV/AIDS, News, ກິດຈະກຳ, ຶBlogs, ໂຄງການ

ໂພສທີ່ກ່ຽວຂ້ອງ

ຂຽນຄຳຕອບກັບ

ທີ່ຢູ່ອີເມວຂອງທ່ານຈະບໍ່ຖືກເຜີຍແຜ່. ຊ່ອງທີ່ຈຳເປັນແມ່ນຖືກໝາຍດ້ວຍ *

Fill out this field
Fill out this field
ກະລຸນາປ້ອນທີ່ຢູ່ອີເມວທີ່ຖືກຕ້ອງ.
You need to agree with the terms to proceed