ຕອນເຊົ້າມື້ໜຶ່ງ ເວລາ 8:30 ໂດຍປະມານ ທີມງານອາສາສະໝັກຊຸມຊົນຂອງພວກເຮົາອອກຈາກທີ່ພັກ ແລະ ແວ່ຊື້ຂອງຕ້ອນແຄມທາງໄດ້ແລ້ວ ກໍໄດ້ເວລາອອກເດີນທາງໄປຕິດຕາມຢ້ຽມຢາມຄອບຄົວໜຶ່ງ ທີ່ມີຄົນເຈັບ ຢູ່ແຂວງສາລະວັນ ເຊິ່ງເປັນກິດຈະກຳໜຶ່ງຂອງໂຄງການພວກເຮົາ.
ເນື່ອງຈາກວ່າ ຍັງບໍ່ເຄີຍມີໃຜໄປຢ້ຽມຢາມຄອບຄົວນີ້ ພວກເຮົາຈຳເປັນຕ້ອງໂທລະສັບຕິດຕໍ່ຖາມທາງໃຫ້ເຈົ້າຂອງເຮືອນມາໃຫ້ສັນຍານ ພໍໄກ້ເຖີງຮ່ອມເຂົ້າເຮືອນ ກໍເຫັນຜູ້ຍີງຄົນຫນຶ່ງ ໃສ່ເສື້ອກັນລົມ ສີຄາມຢືນຍົກມື ແກວ່ງໄປມາ ເໜືອນໂປກລົດຢູ່.
ທັນໃດນັ້ນ, ທີມງານພວກເຮົາຢູ່ເທິງລົດຄົນໜຶ່ງ ກໍເວົ້າຂື້ນວ່າ ຫັນເດ ! ລາວອອກມາລັດແລ້ວ ເຮືອນຂອງລາວຫ່າງຈາກທາງ ປະມານ 200 ແມັດ ຕັ້ງຢູ່ທ້າຍໝູ່ບ້ານ ຕິດກັບແຄມນາ ເປັນຕູບນ້ອຍໆ ສູງປະມານ 3 ແມັດໄດ້.. ຄົນຜ່ານໄປມາ ໄລຍະ 50 ແມັດສາມາດເບິ່ງເຫັນຫຼັງຄາສັງກະສີ ທີ່ອອກເປັນສີແດງກ່ຳ ເພາະຖືກມ້ຽງກັດເສາະ ເໝືອນກັບວ່າເຮືອນຂອງລາວຫຼັງນີ້ ຜ່ານວັນ ແລະ ເວລາມາຫຼາຍປີພໍສົມຄວນ.
ທັນທີ ທີ່ພວກເຮົາ ເປີດປະຕູລົດຕູ້ລົງມາ ກໍເຫັນຜູ້ຍີງຄົນໜຶ່ງ ຮູບຮ່າງຈ່ອຍບາງ ຢືນຖ້າຕ້ອນຮັບຢູ່ໜ້າປະຕູ ດ້ວຍຄວາມຍີ້ມແຍ້ມແຈ່ມໃສ ເບີ່ງລາວ ທັງອາຍ ແລະ ຕື່ນເຕັ້ນພໍຄວນ ຖາມໄຖ່ກັນແລ້ວ ຈຶ່ງຮູ້ນາມວ່າ ຊື່ ນາງ ບຸນຫຼາຍ ນາງຢູເຮືອນກັບແມ່ສອງຄົນ ຂ້າງໃນເຮືອນບໍ່ສະດວກ ນາງຈຶ່ງຊວນພວກຮົາຢ່າງໄປນັ່ງລົມກັນທີ່ແຄ່ໜ້າບ້ານ ບ່ອນທີ່ມັນໂລງແຈ້ງ ແລະ ເບິ່ງສະຫວາດສະເຫວີຍກວ່າ. ເມື່ອໄດ້ນັ່ງລົມກັນ ນາງເບິ່ງມີຄວາມສຸກ ແລະ ປິຕິຍິນດີ ກັບພວກເຮົາທີ່ມາຢ້ຽມຢາມ ພ້ອມກັບຂອງຕ້ອນທີ່ວາງຢູ່ທາງຫນ້າຂອງນາງ.
ບຸນຫຼາຍເລົ່າໃຫ້ທີມງານຟັງວ່າ ປະຈຸບັນ ອາຍຸໄດ້ 23 ປີແລ້ວ ມີອ້າຍເອື້ອຍນ້ອງຮ່ວມອຸທອນດຽວກັນ 6 ຄົນ ບຸນຫຼາຍເປັນລູກຄົນທີ່ 2 ທັດຈາກເອື້ອຍກົກ ສ່ວນພໍ່ເສຍຊີວິດຕັ້ງແຕ່ ອາຍຸ 12 ປີ. ນາງເກີດໃນຄອບຄົວ ທີ່ທຸກຍາກ ບໍ່ມີໄຮ່ ບໍ່ມີນາ ປະຈຸບັນນາທີ່ເຮັດກິນແມ່ນ ເຊົ່າເພີ່ນເຮັດ ບໍ່ຮູ້ເພີ່ນຊິໃຫ້ເຮັດຮອດມື້ໃດ, ສ່ວນດິນທີ່ປຸກເຮືອນນີ້ແມ່ນພໍ່ໄດ້ຊື້ເອົາໄວ້ກ່ອນຕາຍ ແຕ່ກະເຮັດຫຍັງບໍ່ໄດ້ ເພາະດິນແຄບຫຼາຍ 11×10 ພໍຕັ້ງຕູບກໍເຕັ້ມເນື້ອທີ່ແລ້ວ.
ເຫດຜົນທີ່ບຸນຫຼາຍອອກໂຮງຮຽນແມ່ນ ຍ້ອນບໍ່ສະບາຍ ເຈັບປ່ວຍດຸ ເຈັບອ໊ອດໆແອດໆ ພໍ່ແມ່ກະເລີຍໃຫ້ອອກ ອີກຢ່າງພໍ່ແມ່ກະບໍ່ມີຄົນຊ່ວຍເອົານ້ອງ ໃຫ້ເອື້ອຍຮຽນຜູ້ດຽວເພາະວ່າພໍ່ແມ່ບໍ່ມີເງີນຄ່າຮຽນ ຕອນນັ້ນຄ່າໂຮງຮຽນ 70 ພັນກີບ/ຄົນ/ປີ ຍັງຕ້ອງຊື້ເຄື່ອງນຸ່ງ ແລະ ປື້ມສໍອີກ ຈຶ່ງໄດ້ອອກໂຮງຮຽນ.
ຕອນນັ້ນຍັງບໍ່ຮູ້ເລີຍວ່າຄົນເອງຕິດເຊື້ອເຮສໄອວີ ຮູ້ແຕ່ວ່າຕົນເອງມັກປ່ວຍເລີຍຕ້ອງໄດ້ກິນຢາ ຕະຫຼອດ ຈົນອາຍຸ ໄດ້ 17 ປີຈຶ່ງຮູ້, ເພາະຕອນນັ້ນສະມາຄົມເຂົ້າມາເຮັດກິດຈະກຳລວມກຸ່ມ ເຫັນໝູ່ກິນຢາ ຄືຂອງເຮົາ ກະເລີຍຖາມ ໝູ່ກະເວົ້າສູ່ຟັງວ່າເປັນຢາຫຍັງ ເປັນຫຍັງເຮົາຕ້ອງກິນ ທຳອິດກໍຕົກໃຈຢູ່ນ້ອຍໜຶ່ງ.
ແລ້ວອ້າຍທີ່ເປັນຫົວໜ້າເພີ່ນກະເວົ້າສູ່ຟັງ ຫຼາຍຢ່າງ. ກ່ອນທີ່ຈະເຮັດໃຈໄດ້ ບໍ່ແມ່ນຂອງທຳມະດາ ຕ້ອງຜ່ານຜ່າແນວຄວາມຄິດໂຕເອງຢ່າງໜັກ ຄິດວ່າຂ້ອຍເປັນຜູ້ຫນຶ່ງທີ່ໂຊກດີ ສຳຄັນຄືເຮົາຮູ້ໂຕເອງວ່າເຮົາເປັນຫຍັງ ພະຍາດທີ່ເຮົາເປັນມັນມີຢາກິນ ມີບ່ອນປິ່ນປົວ ແລະ ການມີໝູ່ໃນວົງດຽວກັນທີ່ເຂົ້າໃຈ ມັນເປັນກຳລັງໃຈ. ຖ້າໃນໂລກນີ້ມີເຮົາຢູ່ຄົນດຽວກໍຄົງຈະປັບຕົວຢາກຢູ່.
ຢາກບອກກັບຄົນທີ່ຕົກຢູ່ໃນສະຖານະດຽວກັນກັບຂ້ອຍ ທີ່ຕິດເຊື້ອຈາກແມ່ ຫຼືວ່າ ມາຕິດເອົາເອງຕອນໃຫຍ່ແລ້ວ ຢາກໃຫ້ເຮັດໃຈໃຫ້ສະບາຍໆ ມັນເກີດຂຶ້ນແລ້ວ ມັນພາດແລ້ວ ກໍມີແຕ່ປັບປຸງຕົວໃຫມ່ ພະຍາມເຮັດໂຕໃຫ້ດີຂຶ້ນທຸກໆມື້ກໍພໍແລ້ວ.
ໂລກນີ້ບໍ່ມີຫຍັງແນ່ນອນ ທຸກຄົນສາມາດເຮັດຜິດພາດໄດ້ ແລະ ອີກຢ່າງໜຶ່ງເລື່ອງຄວາມເຈັບໄຂ້ໄດ້ປ່ວຍບໍ່ມີໃຜຈະປະສະຈາກໄດ້ ລວມທັງປັນຫາ ອຸປະສັກຕ່າງໆໃນການດຳລົງຊີວີດ ຢາກໃຫ້ຄົນຕິດເຊື້້ອຢູ່ຮ່ວມກັບມັນໃຫ້ໄດ້ ເຮົາຍັງສຸຂະພາບດີ ເໝືອນຄົນທົ່ວໄປ.
ສຳຄັນທີ່ສຸດຜູ້ທີ່ຕິດເຊື້ອແລ້ວ ກໍຕ້ອງໄດ້ເອົາໃຈໃສ່ຕໍ່ການປິ່ນປົວ ຢ່າງເຄັ່ງຄັດ ກິນຢ່າຕໍ່ເນື່ອງ ຖືກເວລາ ບໍ່ຂາດ ແລະ ຜູ້ທີ່ມີຄວາມສ່ຽງ ກໍຕ້ອງເຂົ້າໄປກວດສຸຂະພາບເພື່ອໃຫ້ຮູ້ສະຖານະພາບຂອງຕົນເອງ ມີພະຍາດຫຍັງ ກໍ່ຈະໄດ້ປິ່ນປົວ ເພື່ອຊີວິດຄອບຄົວ ແລະ ຄົນທີ່ເຮົາຮັກ.