ເສັ້ນທາງຊິວິດຂອງຄົນເຮົາບໍ່ມີຫຍັງແນ່ນອນ ເກີດມາມີອຸປະສັກ ແລະ ໂອກາດບໍ່ຄືກັນ ບາງຄົນມີທາງເລືອກຫຼາຍ ບາງຄົນມີທາງເລືອກນ້ອຍ ບາງຄົນສຸຂະພາບດີ ບາງຄົນມີແຕ່ພະຍາດມາລຸມເລົ້າ ເປັນທຸກໃຈຢູ່ບໍ່ເຊົາ ແລ້ວແຕ່ທ່ານຈະຈິນຕະນາການໄດ້ ວ່າຊີວິດຄົນເຮົານັ້ນແຕກຕ່າງ ແລະ ຊັນຊ້ອນພຽງໃດ.ເຖິງຢ່າງນັ້ນໃຜກໍພະຍາຍາມຫາລ້ຽງຊີບ ຫວັງໃຫ້ຕົນມີຊີວິດທີ່ດີຂຶ້ນເໝືອນໆກັນ.
ເໝືອນກັບຄອບຄົວນາງ ຈັນດີ (ນາມສົມມຸດ )ອາຍຸ 48 ປີ ກໍລະນີຢູ່ໝູ່ບ້ານແແຫ່ງໜື່ງ ໃນເມືອງປາກງື່ມ ນະຄອນຫຼວງວຽງຈັນ ອາໄສຢູ່ກັບລູກສາວ ແລະ ແມ່ ອາຍຸ 83 ປີ. ຄອບຄົວໃຊ້ຊີວິດຢູ່ຢ່າງຫນ້າເຫັນໃຈ ໃຊ້ທຸກຄວາມາສາມາດດິ້ນຮົນຊອກຢູ່ຫາກິນລ້ຽງພໍຢູ່ລອດ.
ຈັນດີເສຍຜົວ ຜູ້ເປັນເສົາຫຼັກຄອບຄົວໄປເມື່ອປີກ່ອນ ເພາະເຂົາຕິດເຊື້ອເຮສໄອວີ/ເອດ ຂາດການກິນຢາຕໍ່ເນື່ອງ ຈົນລົ້ມປ່ວຍ ແລະ ເສຍຊີວິດລົງ. ຫຼັງຈາກນັ້ນ 2-3 ມື້ຜ່ານ ຈາກການແນະນຳຂອງຄົນຮູ້ຈັກ ແລະ ສົງໄສໃນອາການເຈັບປ່ວຍຍຶດເຍື້ອ ຈົນເສຍຊີວິດຂອງຜົວ.
ຈັນດີ ພ້ອມລູກນ້ອຍ ຈຶ່ງຕັດສິນໃຈເຂົ້າໄປກວດເລືອດຢູ່ໂຮງໝໍ ຜົນກວດອອກມາປະກົດວ່າ ໂຊກດີລູກສາວບໍ່ມີເຊື້ອ ລາວຮູ້ສຶກດີໃຈຫຼາຍ ຖືເປັນຄວາມໂຊກດີອັນໜື່ງທີ່ລູກບໍ່ໄດ້ຮັບເຊື້ອ ແຕ່ໃນຄວາມໂຊກດີນັ້ນກໍມີຄວາມໂຊກຮ້າຍ ຄື ຕົວເອງນັ້ນ ຕິດເຊື້ອHIV ຈາກຜົວໄປແລ້ວ.
ນັບແຕ່ມື້ນັ້ນມາເຮັດໃຫ້ຊິວິດຂອງລາວປ່ຽນໄປຫຼາຍໆຢ່າງ ບາງຄັ້ງຄິດທໍ້ຖອຍ ເຄີຍຄິດສັ້ນຢາກຂ້າຕົວຕາຍຢູ່ຫຼາຍຄັ້ງ ແຕ່ກໍດຶງສະຕິກັບຄຶນມາໄດ້ ຍ້ອນຄຶດເຖິງໜ້າລູກນ້ອຍ ຄິດໄດ້ວ່າຖ້າຕາຍໄປໃຜຊິເບີ່ງລູກໂຕນ້ອຍໆ ລູກຊິຢູ່ໄດ້ແນວໃດ ນັບແຕ່ນັ້ນມານາງຈື່ງຕັດສິນໃຈບໍ່ຄິດຂ້າຕົວຕາຍອີກ.
ຈັນດີເລີ່ມຍອມຮັບຕົວເອງໄດ້ ແລະ ພ້ອມທີ່ຈະຕໍ່ສູ້ກັບມັນ ໂດຍການຮັບຟັງຄຳແນະນຳຂອງແພດໝໍ ເພື່ອຊ່ວຍກັນຮັກສາ ແລະ ກິນຢາຕ້ານເຊື້ອເຮສໄອວີ. ນອກຈາກນັ້ນ ລາວຍັງໄດ້ຮັບການຊ່ວຍເຫຼືອ ກັບກິດຈະກຳຂອງໂຄງການເປັນເຄື່ອງໂພຊະນາການ ແລະ ຄຳແນະນຳການສ້າງລາຍໄດ້ເສີມຕ່າງໆ ຈາກອາສາສະໝັກຊຸມຊົນຂອງສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດ ທີ່ໄດ້ຮັບການສະໜັບສະໜູນທຶນຈາກອົງການຊ່ວຍເຫຼືອດູແລຜູ້ຕິດເຊື້ອເຮສໄອວີ ແລະ ພະຍາດເອດ.
ໃນຂະນະທີ່ພວກເຮົາໄປຢ້ຽມຢາມ ປົກກະຕິຈະເຫັນ ຈັນດີ ຢູ່ໃນເຮືອນຄົນດຽວ ລາວເປັນຄົນຈ່ອຍບາງ ມີໄມ້ນຳທາງຂອງຄົນຕາບອດ ເຄື່ອນໄຫວໄປມາຢ່າງລະມັດລະວັງ ພໍໄດ້ນັ່ງລົງສົນທະນາຖາມໄຖກັນແລ້ວ ກໍໄດ້ຮູ້ວ່າ ສາຍຕານາງບໍ່ເຫັນແຈ້ງ ເບິ່ງບໍ່ຮູ້ວ່າໃຜເປັນໃຜ ພໍເຫັນເປັນຮ່າງເທົ່ານັ້ນ ເຊິ່ງຄາດວ່າເປັນຜົນຂ້າງຄຽງຈາກການຕິດເຊື້ອເຊື້ອເຮສໄອວີ ມີໄວຣັສໃນເລືອດສູງໃນຕອນນັ້ນ.
ແນວໃດກໍດີ,ຊົມເຊີຍຄົນທີ່ດຸໝັ່ນ ອົດທົນ ສູ້ຊົນກັບທຸກປັນຫາທີ່ເຂົ້າມາໃນຊິວິດ ຈັນດີໃຊ້ຄວາມຊຳນານຂອງຕົນເອງທີ່ມີ ເຮັດວຽກຮັບຈ້າງຕ່ຳຫູກ ເຊິ່ງເປັນວຽກທີ່ຕົນຄຸ້ນເຄີຍດີ ສາມາດສ້າງລາຍໄດ້ຕໍ່ມື້ບໍ່ຮອດ 100.000ກີບ. ນອກຈາກນັ້ນ,ນາງຍັງອາໄສການລ້ຽງເປັດ-ລຽ້ງໄກ່,ເຮັດສວນປູກຜັກໂດຍມີລູກສາວ ແລະ ແມ່ ເປັນຜູ້ຊ່ວຍ ເປັນອີກຊ່ອງທາງໜື່ງຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ລ້ຽງຊີບໄປແຕ່ລະມື້.
ຕອນນີ້ ລູກສາວຂອງລາວກຳລັງໃຫຍ່ເປັນສາວ ນາງບໍ່ໄດ້ເຂົ້າໂຮງຮຽນເໝືອນໄວໜຸ່ມທົ່ວໄປ ເພື່ອຊ່ວຍເຫຼືອຄອບຄົວ ນາງໄປເຮັດວຽກຢູ່ໂຮງງານໄກ້ບ້ານແຫ່ງໜຶ່ງຕາມຄຳແນະນຳຂອງຄົນຮູ້ຈັກ ສາມາດກຸ້ມຕົນເອງໄດ້ ແລະຍັງ ຊ່ວຍເຫຼືອແມ່ໄດ້ຫຼາຍອີກ ຖືເປັນກຳລັງໃຈທີ່ສຳຄັນຂອງຜູ້ເປັນແມ່.
ແມ່ນແລ້ວ ! ເຖິງຄົນເຮົາຈະມີຮ່າງກາຍທີ່ແຂງແຮງບໍ່ເທົ່າກັນ ຫຼື ມີຄວາມສາມາດບໍ່ເໝືອນຄົນອື່ນ ຂໍພຽງເຮົາຮູ້ຄຸນຄ່າ ແລະ ໃຊ້ຄວາມສາມາດທີ່ມີຢ່າງໝັ່ນພຽນ ປະກອບກັບສັງຄົມ ໝູ່ເພື່ອນ ໃຫ້ການສະໜັບສະໜູນກໍຈະຊ່ວຍໄດ້ຫຼາຍ.