ຕອນເຊົ້າມື້ໜຶ່ງທັນທີທີ່ຄະນະພວກເຮົາເດີນທາງໄປຮອດຫນ້າເຮືອນເປົ້າຫມາຍແລ້ວ ບາງຄົນຍ່າງລົງຈາກລົດຕົງເຂົ້າໄປເຮືອນເລີຍ ບາງຄົນຍ່າງໄປເອົາຖົງເຂົ້າສານ ໄຂ່ ປາກະປ໋ອງ ແລະ ຂອງໃຊ້ຄົວເຄືອນຈຳນວນໜຶ່ງ ເຊິ່ງເປັນເຄື່ອງຕ້ອນທີ່ພວກເຮົາກຽມມານຳ. ເມື່ອຢ່າງເຂົ້າໄປໃນຄຸ້ມເຮືອນ ມີແມ່ຕູ້ເຖົ້າຄົນໜຶ່ງ ທ່າທາງອ່ອນເພຍ ມີຜົມສີດອກເລົາ ອາຍຸປະມານ 70-80 ປີ ຢ່າງເຂົ້າມາຕ້ອນຮັບ ກ່າວທັກທາຍພວກເຮົາ ແລ້ວເພີ່ນກໍຟ້າວເຊັດໂຕະ ຫາຕັ່ງມາໃຫ້ພວກເຮົານັ່ງ ເຮືອນຂອງເພີ່ນສ້າງແລ້ວປະມານ 70 % ເປັນເຮືອນຊັ້ນດ່ຽວ ຫຼັງບໍ່ໃຫຍ່ ຫຼັງຄາມຸງກະເບື້ອງ ຝາເຮືອນກໍ່ແລ້ວ ແຕ່ຍັງບໍ່ທັນໂບກປູນ ແລະ ທາສີເທື່ອ. ທາງໃນເຮືອນບໍ່ທັນຂັ້ນເປັນຫ້ອງ ໃຊ້ຜ້າກັ້ງຂັ້ນເປັນຫ້ອງນອນໄວ້ກ່ອນ.ສ່ວນບໍລິເວນທາງຫນ້າເຮືອນຍັງເຫັນມີເສົາ ມີຄານ ມີກອງໄມ້ ແລະ ບ່ອນປະສົມບູນຄ້າງຢູ່ ບາງບ່ອນມີຫຍ້າຂຶ້ນ ເໝືອນກັບວ່າເຮືອນຫຼັງນີ້ກຳລັງກໍ່ສ້າງ ແຕ່ຖືກຢຸດສະຫງັກຢ່າງກະທັນຫັນ.
ຈາກການໂອ້ລົມສົນທະນາກັບແມ່ຕູ້ ຜູ້ເປັນຫົວຫນ້າຄອບຄົວບອກວ່າ ເຮືອນຫຼັງນີ້ເຄີຍມີລູກສາວ ແລະລູກເຂີຍອາໃສຢູ່ ແຕ່ຕອນນີ້ ຢູ່ນຳກັນມີແຕ່ 3 ຄົນ ຕູ້ຫຼານ ຫຼານສາວ 1 ແລະ ຫຼານຊາຍ 1 ຊື່ ທ້າວ ຈັນສະຫວ່າງ(ນາມສົມມຸດ) ອາຍຸ 12 ປີ ແມ່ຂອງລາວເສຍຊີວິດເພາະພະຍາດເອດ ຕັ້ງແຕ່ຈັນສະຫວ່າງອາຍຸໄດ້ພຽງ 2 ປີ. ແລະໃນປີ 2021 ຜ່ານມານີ້ເອງ ພໍ່ຂອງລາວກໍເສຍຊີວິດລົງ ເພາະພະຍາດເອດເຊັ່ນກັນ.ແມ່ຕູ້ເລົ່າຕໍ່ອີກວ່າ ກ່ອນທີ່ພໍ່ຂອງຈັນສະຫວ່າງຈະເສຍຊີວິດ ຮູ້ສຶກວ່າລາວຈະ ບໍ່ຍອມຮັບຕົວເອງກັບສິ່ງທີ່ເປັນຢູ່ ຈຶ່ງໜີພ້ອມກັບລູກໄປອາໄສຢູ່ກັບພີ່ນ້ອງ ເພາະຄວາມບໍ່ຮູ້ ເພາະບໍ່ໄດ້ຮັບຢາ ພະຍາດເອດເລີ່ມສະແດງອາການຮ້າຍແຮງ ລາວເກີດເປັນຕຸ່ມຕາມຮ່າງກາຍ ແລະ ມັກມີອາການບ້າຄັ່ງ ໂວຍວາຍ ເພາະຕິດຢາເສບຕິດ. ຂະນະນັ້ນເຮັດໃຫ້ຍາດພີ່ນ້ອງໄກ້ຄຽງມີຄວາມກັງວົນ ຢ້ານກົວ ແລະ ຈໍາແນກລັງກຽດ ຈົນຕ້ອງໄດ້ລ່າມໂສ້ປ່ອຍໄວ້ ບໍ່ມີໃຜໃສໃຈ ໃຍດີ ພໍ່ຂອງຈັນສະຫວ່າງຈຶ່ງເສຍຊີວິດລົງດ້ວຍຄວາມອະນາດໃຈ.ຈັນສະຫວ່າງ ຜູ້ເປັນເລືອດເນື້ອເຊື້ອໄຂ່ ຈຳຕ້ອງກາຍເປັນເດັກກຳພ້າ ແຖມຍັງໄດ້ຮັບເຊື້ອເຮສໄອວີຈາກພໍ່ແມ່ເປັນມໍລະດົກຕົກທອດມາໃຫ້ ລາວກາຍເປັນເດັກມີປົມດ້ອຍ ຂາດຄວາມອົບອຸ່ນ ມັກເກັບຕົວ ຂີ້ອາຍ ຍາດພີ່ນ້ອງລັງກຽດ ແລະ ທອດຖິ້ມ.
ແຕ່ໃນຄວາມໂຊກຮ້າຍກໍຍັງມີຄວາມໂຊກດີ ແມ່ຕູ້ອາສາຮັບຈັນສະຫວ່າງ ມາຢູ່ນໍາ ແລະ ລ້ຽງເອົາຕາມກຳລັງທີ່ພໍມີ ເຊິ່ງລາຍໄດ້ຄົວເຮືອນ ແມ່ຕູ້ໄດ້ຮັບເງິນເບ້ຍລ້ຽງຂອງຜູ້ອາວຸໂສ ເດືອນລະ 200,000 -300,000 ກີບ ຖ້າຈືບໍ່ຜິດ ແລະ ມີຫຼານສາວເຮັດວຽກຢູ່ຮ້ານຂາຍຊີ້ນແຫ່ງໜຶ່ງ ໄດ້ເງິນເດືອນລະ 1,800,000 ກີບ ສ່ວນຈັນສະຫວ່າງເອງ ບາງເທື່ອລາວຈະໄປຮັບຈ້າງລ້ຽງງົວໃຫ້ຄົນແຖວບ້ານ ໄດ້ເງິນຄ່າຈ້າງມື້ລະ 15,000 – 20,000ກີບ ເທົ່ານັ້ນ. ຜູ້ທີ່ຖືວ່າເປັນກຳລັງແຮງສຳຄັນຂອງຄອບຄົວຕອນນີ້ ກໍຄົງຈະເປັນຫຼານສາວ ທີ່ຊ່ວຍຫາເງິນ ແລະ ເບິ່ງແຍ່ງຊ່ວຍເຫຼືອແມ່ຕູ້ ແລະ ນ້ອງຊາຍ ຊ່ວຍກັນຈຸນເຈື້ອ ເສດຖະກິດຄອບຄົວ.ສ່ວນລູກໆຂອງແມ່ຕູ້ກໍແຍກຍ້າຍກັນໄປສ້າງຄອບຄົວໃໝ່ຄົນລະທິດລະທາງ ປ່ອຍແມ່ຕູ້ໄວ້ຢູ່ກັບຫຼານຕາມລຳພັງຢ່າງຫນ້າເຫັນໃຈ. ຕອນນີ້ແມ່ຕູ້ ແກ່ເຖົ້າລົງທຸກມື້ ບໍ່ຮູ້ຈະຢູ່ໄປຮອດມື້ໃດ ລາວຍັງເປັນໂລກໄຕໄລຍະສຸດທ້າຍ ບໍ່ມີເງິນພໍຈະຊື້ຢາ ຫຼື ເຂົ້າໄປ ຮັກສາຢູ່ໂຮງໝໍດ້ວຍຊ້ຳ ຊີວິດທີ່ເຫຼືອຢູ່ ຈຶ່ງປ່ອຍໄປຕາມຍະຖາກຳ.
ໂຊກດີແລ້ວ, ເມື່ອສະມາຄົມພວກເຮົາຮັບຮູ້ເລື່ອງລາວຈາກອາສາສະໝັກທີ່ປະຈໍາຢູ່ໂຮງໝໍ ພວກເຮົາລົງມາຢາມແຕ່ລະຄັ້ງ ພວກເຮົາມາພ້ອມກັບທີມງານຜູ້ຊຽວຊານດ້ານການໃຫ້ຄຳປຶກສາ ເຂົ້າມາສົນທະນາ ໃຫ້ກໍາລັງໃຈ ໃຫ້ຄວາມຮູ້ ແລະ ວິທີການຮັກສາຢ່າງເຫມາະສົມໃຫ້ຜູ້ກ່ຽວ ຍາດພີ່ນ້ອງ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບຈາກເຊື້ອເຮສໄອວີ/ເອດ. ລະຫວ່າງທີ່ສົນທະນາກັບແມ່ຕູ້ ກ່ຽວກັບເລື່ອງລາວຊີວິດຂອງຫຼານຊາຍຢູ່ນັ້ນ ຈັນສະຫວ່າງບໍ່ເວົ້າຈັກຄຳ ໃບຫນ້າ ແລະ ດວງຕາຂອງລາວເບິ່ງເສົ້າໝອງ ມີນ້ຳຕາໄຫລອອກມາ ບາງເທື່ອປາດນ້ຳຕາອອກ ບາງເທື່ອກົ້ມຫນ້າລົງ ໃຫ້ພວກເຮົາເຫັນ ເຊິ່ງສາມາດຮັບຮູ້ໄດ້ເຖິງຄວາມສູນເສຍ ຄວາມຍາກລໍາບາກ ຄວາມອັດອັ້ນທີ່ຝັ່ງເລິກຢູ່ໃນໃຈຂອງລາວຢ່າງບໍ່ມີວັນລືມ.
ແນວໃດກໍຕາມ.ພວກເຮົາ @aplpluslaos ແລະ ອາສາສະມັກທີ່ປະຈໍາຢູ່ໂຮງໝໍ ບໍ່ໄດ້ລະເລີຍ ຍັງຄົງຕິດຕາມ ປະສານກັບຄູ່ຮ່ວມງານ ມູນນິທິຊ່ວຍເຫຼືອດູແລຜູ້ຕິດເຊື້ອເຮສໄອວີປະຈຳລາວ (AHF) ສະເໜີຊ່ວຍເຫຼືອທຶນການສຶກສຳຫຼັບເດັກກຳພ້າ ທຸກຍາກ ອະນາຖາ ຈັນສະຫວ່າງຈຶ່ງເລີ່ມເຂົ້າໂຮງຮຽນຊັ້ນມັດທະຍົມປີທໍາອິດ ແຕ່ຮຽນໄປໄດ້ໄລຍະໜຶ່ງ ລາວກໍເລີ່ມຂາດຮຽນ ແລະ ບໍ່ໄດ້ໄປໂຮງຮຽນອີກ ຄາດວ່າຄົງຮຽນບໍ່ໄດ້ ເພາະບໍ່ໄດ້ຮຽຕໍ່ເນື່ອງ.ນອກຈາກນັ້ນ ໄປໂຮງຮຽນແຕ່ລະມື້ຕ້ອງມີຄ່າຊື້ຢູ່ຊື້ກິນ ລາວຄົງຄິດວ່າ ສູ້ຮັບຈ້າງລ້ຽງງົວໃຫ້ເຂົາດີກວ່າ ພໍໄດ້ເງິນໃນແຕ່ລະມື້.ຫນ້າເສຍດາຍໂອກາດ ແລະ ທຶນການສຶກສາທີ່ພວກເຮົາມີໃຫ້, ພວກເຮົາຫວັງວ່າ ມື້ໜຶ່ງຈັນສະຫວ່າງຈະກັບໄປໂຮງຮຽນ ຫຼື ໄດ້ຮັບໂອກາດທີ່ດີກວ່ານີ້. ທັງນີ້ຄອບຄົວ ຫມູ່ເພື່ອນ ແລະ ຜູ້ໃຫຍ່ໃນສັງຄົມກໍມີສ່ວນສຳຄັນ ເຮົາຕ້ອງຊ່ວຍກັນ ພັກດັນ ໃຫ້ກຳລັງໃຈ ເຮົາຈະເຮັດແນວໃດ ໃຫ້ເດັກນ້ອຍບໍ່ປະລະການຮຽນ ເພື່ອອະນາຄົດທີ່ສົດໃສ ແລະ ບ້ານເມືອງຂອງເຮົາມີບຸກຄະລາກອນຄຸນນະພາບ.