ນາງນ້ອຍ (ຊື່ຫຼີ້ນ) ອາຍຸ 13 ປີ ມີຊີວິດຢູ່ກັບເຊື້ອເຮສໄອວີ. ນາງອາໄສຢູ່ບ້ານແຫ່ງໜື່ງບໍ່ໄກຈາກສູນປິ່ນປົວຂອງແຂວງຫຼວງນໍ້າທາປານໃດ. ຕອນອາຍຸໄດ້ 4 ເດືອນນາງເລີ່ມມີປັນຫາສຸຂະພາບ ອາຍຸ 6 ເດືອນ ພົບວ່າຕິດເຊື້ອເຮສໄອວີ.
ແມ່ທອງຄຳ(ຊື່ສົມມຸດ) ຫົວຫນ້າກຸ່ມຊ່ວຍເຫຼືອດດູແລຕົນເອງ ຫຼື ອາສາສະໝັກຕົວຫຼັກທີ່ດຳລົງຊີວິດຢູ່ກັບເຊື້ອເຮສໄອວີ ເຮັດວຽກຢູ່ຈຸດຈ່າຍຢາຊ່ວຍທ່ານໝໍ ແລະ ຍັງເປັນຜູ້ໃຫ້ຄຳປຶກສາ ຊ່ວຍເຫຼືອດູແລຜູ້ຕິດເຊື້ອເຮສໄອວີປະຈຳໂຮງໝໍແຂວງຫຼວງນ້ຳທາ ກ່າວວ່າ “ຖ້າບໍ່ມີທ່ານໝໍຜູ້ຊຽວຊານເລື່ອງພະຍາດເອດ ຈາກໂຄງການແພດໄຮ້ພົມແດນຂອງປະເທດໄທ ພວກເຮົາຄົງຈະບໍ່ເຫັນນາງນ້ອຍເຕີບໃຫຍ່ເປັນໄລລຸ້ນໄດ້.
ຕອນນັ້ນ ທ່ານໝໍຊຽວຊານພະຍາດເອດໄດ້ແນະນຳໃຫ້ທ່ານໝໍຄົນລາວປິ່ນປົວອາການຕິດເຊື້ອຂອງນາງທັນທີ່ ເຖິງແມ່ນວ່າ ຜົນກວດຈະຍັງເປັນລົບກໍຕາມ.ສອງເດືອນຕໍ່ມານາງໄດ້ເຂົ້າກວດອິີກເທື່ອໜຶ່ງຈຶ່ງພົບວ່າຕິດເຊື້ອເຮສໄອວີ ເໝືອນແມ່ຂອງນາງ.
ຈັ່ງແມ່ນຫນ້າເສົ້າໃຈ. ແມ່ຂອງນາງນ້ອຍຢ່າຮ້າງກັບຜົວ ແລ້ວກັບໄປຢູ່ບ້ານເກີດຢູ່ແຂວງອຸດົມໄຊ, ປະນາງໄວ້ກັບພໍ່ ຕອນທີີ່ນາງອາຍຸໄດ້ພຽງສອງປີ ແລ້ວ ສອງປີ ຫຼັງຈາກນັ້ນແມ່ຂອງນາງກໍເສຍຊີວິດລົງເພາະພະຍາດເອດ.
ຊີວິດໄວລຸ້ນຂອງນາງນ້ອຍປະເຊີນກັບຄວາມທ້າທາຍຫຼາຍຢ່າງ. ຕອນນັ້ນ ພໍ່ນາງຄົງຄິດວ່າໄດ້ດູແລເອົາໃຈໃສ່ລູກສາວຂອງລາວດີພໍ ໂດຍການຊ່ວຍເຫຼືອ ແລະ ໃຫ້ໂອກາດລູກໄດ້ຮຽນໜັງສຶໃນລະດັບທີ່ສູງກວ່າປະຖົມສຶກສາ. ຢ່າງໃດກໍຕາມ, ນາງບໍ່ໄດ້ເຕີບໃຫຍ່ຢູ່ໃນສະພາບແວດລ້ອມທີ່ເອື້ອອຳນວຍ. ເນື່ອງຈາກທັງພໍ່ ແລະ ພໍ່ຕູ້ຂອງນາງຕິດຢາເສບຕິດ ຜູ້ເປັນພໍ່ບໍ່ມີອາຊີບທີ່ແນ່ນອນ ແຖມຍັງຄ້າຂາຍ ແລະ ເສບຢາເສບຕິດ ສຸດທ້າຍກໍລົງເອີຍຊີວິດດ້ວຍການຕິດຄຸກ.
ຕອນນີ້ນາງນ້ອຍອາໄສຢູ່ກັບພໍ່ຕູ້ທີ່ບໍ່ມີອາຊີບທີ່ແນ່ນອນເຫມືອນກັນ ຫາເຮັດວຽກຮັບຈ້າງບ່ອນຫັ້ນບ່ອນນີ້ ແລະ ເນື່ອງຈາກພໍ່ຕູ້ກໍຕິດຢາ ນາງຈຶ່ງບໍ່ໄດ້ຮັບການດູແລເອົາໃຈໃສດີຕະຫຼອດ, ນາງນ້ອຍກ່າວພ້ອມທັງນໍ້າຕາທີ່ໄຫຼອາບຫນ້າວ່າ: “ບາງເທື່ອຂ້ອຍບໍ່ມີຮອດເຂົ້າກີນ. ຂ້ອຍຕ້ອງດຳລົງຊີວິດຢູ່ໂດຍການອົດອາຫານຮອດສອງມື້ ດື່ມແຕ່ນ້ຳເພື່ອປະທັງຊີວິດ.” ຈັ່ງແມ່ນໂຊກຮ້າຍ ເຄືອຂາຍສະວັດດີການທາງສັງຄົມພາຍໃນປະເທດກໍຍັງຢູ່ໄລະຍະເລີ່ມຕົ້ນ ຈຶ່ງເຮັດໃຫ້ທາງການແຂວງບໍ່ສາມາດຈັດການປັນຫາເດັກກຳພ້າໄດ້.
ຈາກການປະເຊີນໜ້າກັບປັນຫາຂອງນາງ ເຊິ່ງເປັນເວລາ 5 ປີແລ້ວ ທີ່ນາງໄດ້ຮັບການສະໜັບສະໜູນ ຈາກສະມາຄົມເຄືອຂ່າຍຜູ້ເຊື້ອເຮສໄອວີເອດ (APL+) ເຊິ່ງເປັນທຶນຊ່ວຍເຫຼືອຂະນາດນ້ອຍຈາກກອງທຶນໂລກເພື່ອເດັກນ້ອຍກຳພ້າທຸກຍາກອະນາຖາ. ປະຈຸບັນນີ້ ນາງກຳລັງສຶກສາຢູ່ໂຮງຮຽນມັດທະຍົມຕອນຕົ້ນປີທີໜຶ່ງ. ນາງເກັ່ງພາສາລາວຫຼາຍ ແລະ ເປັນຍັງວິຊາທີ່ນາງມັກ.
ແມ່ທອງຄຳ ເວົ້າວ່າ “ນາງນ້ອຍໄດ້ຮັບເງິນຊ່ວຍເຫຼືອຈາກໂຄງການ ຈາກທາງ ສຄອ\APL+ 200,000 ກີບ ຫຼື ປະມານ 12 ໂດລາທຸກໆສາມເດືອນ. ເງິນທັງໝົດໃຊ້ຊື້ອຸປະກອນການສຶກສາ, ເຄື່ອງນຸ່ງໄປໂຮງຮຽນ ແລະ ບາງເທື່ອກໍຊື້ເຂົ້າສານ, ສະບູ, ເຄື່ອງໃຊ້ສ່ວນຕົວ ແລະ ອື່ນໆ. ແມ່ທອງຄຳກ່າວວ່າ: 200,000 ກີບ ຕໍ່ສາມເດືອນແມ່ນບໍ່ພຽງພໍ. ບາງເທື່ອ ຂ້ອຍຈຶ່ງເອົາເຂົ້າ, ເຄື່ອງມືສອງ ແລະ ເງີນໃຫ້ອີກ ເມື່ອນາງມາຂໍຄວາມຊ່ວຍເຫຼື່ອຮອດເຮືອນ”.
ແມ່ທອງຄຳມີຄວາມເປັນຫ່ວງນຳນາງນ້ອຍ ທີ່ເລີ່ມໃຫຍ່ເປັນສາວແລ້ວ ຍັງອາໄສຢູ່ກັບພໍ່ຕູ້ທີ່ຕິດຢາ. ດັ່ງນັ້ນ, APL+ ຈຶ່ງໄດ້ປະສານງານກັບພະແນກສຶກສາທິການແຂວງ ຊ່ວຍນາງເຂົ້າໂຮງຮຽນສາມັນກິນນອນຊົນເຜົ່າໄດ້ສຳເລັດ. ແນວໃດກໍຕາມ,ໃນປີນີ້ APL+ ຈະຕ້ອງຈ່າຍຄ່າເທີມໂດຍໃຊ້ເງິນຊ່ວຍເຫຼືອຈາກກອງທຶນໂລກເນື່ອງຈາກສົກຮຽນໃຫມ່ເລີ່ມເປີດແລ້ວ ແຕ່ພວກເຮົາບໍ່ມີທຶນຊ່ວຍເຫຼືອໃດເຫຼືອຢູ່. ໂຊກດີແດ່ ປີຫນ້າ ນາງຈະໄດ້ຮັບທຶນການສຶກສາໜຶ່ງ…APL+ ດີໃຈຫຼາຍ ທີ່ທຶນການສຶກສານີ້ຈະຊ່ວຍໃຫ້ນາງສຳເລັດຊັ້ນມັດທະຍົມສຶກສາຕອນຕົ້ນໄດ້
ເຖິງການສຶກສາຂອງນາງຈະໄດ້ຮັບການເບິ່ງແຍງ ປັດຈຸູບັນ APL+ ແລະ ທ່ານໝໍຍັງໄດ້ເອົາໃຈໃສ່ກັບປັນຫາສຸຂະພາບຂອງນາງ. ເບິ່ງຈາກພາຍນອກ ນາງກໍຄືກັບສາວນ້ອຍໄວລຸ້ນທົ່ວໄປ ແຕ່ທ່ານໝໍຈະເປັນຫ່ວງເພາະລະດັບເຊື້ອໄວຣັສໃນເລືອດທີ່ສູງ. ໝໍກ່າວວ່າເຊື້ອໄວຣັສກຳລັງຂະຫຍາຍຕົວ ຄວາມເອົາໃຈໃສ ດູແລຮັກສາຂອງນາງກໍບໍ່ຄ່ອຍດີປານໃດ. ເພື່ອປ້ອງກັນລະດັບເຊື້ອໄວຣັສໃຫ້ຫລຸດລົງ ນາງອາດຈະຕ້ອງເລີ່ມເຂົ້າຮັບການປິ່ນປົວຂັ້ນທີສອງໄວໆນີ້
ທ່ານໝໍທຸກຄົນ ພະຍາຍາມຢ່າງດີທີ່ສຸດ ເພື່ອຊ່ວຍນາງເອົາຊະນະສົງຄາມການຕໍ່ສູ້ກັບເຊື້ອເຮສໄອວີ ເໝືອນທີ່ນາງຕໍ່ສູ້ວິກິດສຸຂະພາບນີ້. ສ່ວນ APL+ ກໍຍັງສືບຕໍ່ເຮັດວຽກຢ່າງໃກ້ຊິດກັບບັນດາທ່ານໝໍເພື່ອຊ່ວຍນາງຜ່ານຜ່າທຸກໆປັນຫາທີ່ນາງກຳລັງປະເຊີນຕະຫລອດຊີວິດໄວຫນຸ່ມ.