APLPluslaos ເປີດຮັບສະໝັກໄວໜຸ່ມ ເສີມຄວາມຮູ້ສຸຂະພາບຈະເລີນພັນ ຄູ່ກິດຈະກຳພັດທະນາ

APLPlus ຫຼື ສະມາຄົມເຄືອຂ່າຍຊ່ວຍເຫຼືອດູແລຜູ້ຕິດເຊື້ອເຮສໄອວີ/ເອດ ເປັນໜຶ່ງໃນບັນດາອົງການຈັດຕັ້ງສັງຄົມລາວທີ່ເຄື່ອນໄຫວວຽກງານສົ່ງເສີມສຸຂະພາບ ແລະ ຊ່ວຍເຫຼືອດູແລຜູ້ມີຄວາມບອບບາງ ຜູ້ດ້ອຍໂອກາດ ແລະ ຜູ້ທີ່ຢູ່ຮ່ວມກັບເຊື້ອເຮສໄອວີໃຫ້ມີຄຸນນະພາບຊີວິດທີ່ດີຂຶ້ນ.

ເພື່ອພັນຂະຍາຍວຽກງານສົ່ງເສີມສຸຂະພາບ ແລະ ປ້ອງກັນຄວາມສ່ຽງໃນກຸ່ມໄວໜຸ່ມ ທີ່ປຽບສະເໝືອນຕົ້ນໄມ້ອ່ອນ ຜ່ານຜາຍຸ ລົມຝົນມາບໍ່ຫຼາຍ ຖືເປັນກຸ່ມຄົນທີ່ມີຄວາມບອບາງ ເຂົ້າໃຈໂລກແລະ ຊີວິດມາຫຼາຍບໍ່ພໍ.

ດັ່ງນັ້ນ ເພື່ອໃຫ້ໄວໜຸ່ມໄດ້ຮຽນຮູ້, ເຂົ້າໃຈ ແລະ ສາມາດສົ່ງຕໍ່ຂໍ້ມູນເລື່ອງສຸຂະພາບຈະເລີນພັນ ການປ້ອງກັນເຊື້ອເຮສໄອວີ/ເອດ ແລະ ການຢູ່ຮ່ວມກັນໃຫ້ມີຄວາມສຸກໃນລະຫວ່າງໝູ່ເພື່ອນ ແລະ ເພື່ອສົ່ງເສີມໄວໝຸ່ມລາວໄດ້ຮຽນຮູ້ທັກສະຕ່າງໆໃນວຽກງານຊ່ວຍເຫຼືອສັງຄົມລາວ.

ຕອນນີ້ ພວກເຮົາ ຕ້ອງການຮັບໄວໜຸ່ມທີ່ມີອາຍຸລະຫວ່າງ 12-20 ປີ ຈຳນວນ 15 ຄົນ ເຂົ້າເຝິກອົບຮົມຊຸດຄວາມຮູ້ ແລະ ທັກສະທີ່ກ່ຽວກັບສຸຂະພາບຈະເລີນພັນ ການປ້ອງກັນ ແລະ ການຢູ່ຮ່ວມກັນຢ່າງມີຄວາມສຸກ ລວມເຖິງແນວທາງຄວາມຄິດ ແລະ ຄວາມຝັນຂອງໄວໜຸ່ມເພື່ອສັງຄົມແລະ ອະນາຄົດຂອງພວກເຮົາ.

ສະຖານທີ່ເຝິກອົບຮົມ ຫ້ອງການປະສານງານ aplpluslaos ຕັ້ງຢູ່ທາງ 450 ປີ ຮ່ອມ 26 ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂທລະສັບຕິດຕໍ່.

Tags: HIV/AIDS, News, ກຳລັງໃຈ, ກິດຈະກຳຂອງໂຄງການ, ຜູ້ຕິດເຊື້ອ, ເຮສໄອວີ/ອດ

ໂພສທີ່ກ່ຽວຂ້ອງ

ຂຽນຄຳຕອບກັບ

ທີ່ຢູ່ອີເມວຂອງທ່ານຈະບໍ່ຖືກເຜີຍແຜ່. ຊ່ອງທີ່ຈຳເປັນແມ່ນຖືກໝາຍດ້ວຍ *

Fill out this field
Fill out this field
ກະລຸນາປ້ອນທີ່ຢູ່ອີເມວທີ່ຖືກຕ້ອງ.
You need to agree with the terms to proceed